Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ຄວາມຫວັງການປ່ຽນລະບອບປົກຄອງ ໃນອີຣານ
06/03/2026 Duração: 07minຜູ້ຊ່ຽວຊານເຕືອນວ່າ ການປ່ຽນແປງລະບອບການປົກຄອງ ໃນອີຣານ ຈະບໍ່ແມ່ນເລື່ອງງ່າຍ, ເຖິງແມ່ນວ່າ ຜູ້ນໍາສູງສຸດ Ali Khamenei ໄດ້ຖືກລອບສັງຫານ ໃນການໂຈມຕີ ໃນທ້າຍອາທິດຜ່ານມາ. ສົງຄາມນີ້ມີທ່າທີວ່າຈະແກ່ຍາວຕໍ່ໄປ ໂດຍທັງອາເມຣິກາ ແລະ ອິສຣາເອລ ຂາດການສນັບສນຸນດ້ານການເມືອງ ແລະ ຕ້ອງການຊັບພະຍາກອນຢ່າງຫຼວງລາຍດ ອິງຕາມຜູ້ຊ່ຽວຊານ.
-
ການຂູ່ວາງລະເບີດຕໍ່ ນາຍົກຣັດຖະມົນຕີ.
06/03/2026 Duração: 08minການຍ້າຍສຸກເສີນ ຂອງນາຍົກຣັດຖະມົນຕີ ຈາກເຮືອນຂອງລາວ ໃນCanberra ເພາະການຂູ່ວາງລະເບີດ ໄດ້ກະຕຸ້ນໃຫ້ມີການເຕືອນ ກ່ຽວກັບຄວາມປອດພັຍໃຫ້ເພີ່ມຂຶ້ນ, ບ່ອນທີ່ ຄວາມບໍ່ເປັນມິດ ທາງອິນເຕີເນັດ ກຳລັງສະແດງອອກຫຼາຍຂຶ້ນເລື້ອຍໆ ວ່າເປັນພັຍຄຸກຄາມທາງຮ່າງກາຍ ທີ່ມີອັນຕະຣາຍສູງ. ຕາມຄວາມຄິດເຫັນ ຂອງຜູ້ບັນຊາການຕຳຫຼວດ ຣັດຖະບານກາງ ໃນທ້າຍປີກາຍນີ້, ໂດຍຕັ້ງຂໍ້ສັງເກດວ່າ ມີແນວໂນ້ມຂອງຄວາມຮຸນແຮງທີ່ເພີ່ມຂຶ້ນ ຕໍ່ເຈົ້າຫນ້າທີ່ຂອງຣັດ.
-
ປະຕິກິຣິຍາຫຼັງຈາກ ອີຣານຖືກໂຈມຕີ.
06/03/2026 Duração: 10minຊາວອີຣານ-ອອສເຕຣເລັຍ (Iranian-Australians) ກໍາລັງສະແດງຄວາມຮູ້ສຶກທີ່ແຕກຕ່າງກັນ ກ່ຽວກັບການໂຈມຕີ ຂອງສະຫະຣັດອາເມຣິກາ-ອິດສະຣາເອລ ໃນ Iran ແລະການສັງຫານຜູ້ນໍາສູງສຸດ Ayatollah Ali Khamenei. ໃນຂນະທີ່ຫລາຍຄົນຫວັງວ່າ ການຕາຍຂອງລາວ ຈະນໍາໄປສູ່ປະເທດອີຣານ ທີ່ເປັນອິດສຣະ, ບາງຄົນເວົ້າວ່າ ບໍ່ແມ່ນ ກະທຳໂດຍ Netanyahu ແລະ Trump.
-
ການກວດຈັບແຜ່ນດິນໄຫວ
06/03/2026 Duração: 07minນັກແຜ່ນດິນໄຫວ (Seismologists) ຂອງ New Zealand ໄດ້ວິເຄາະຂໍ້ມູນຢ່າງຕໍ່ເນື່ອງ ຈາກເຄືອຂ່າຍ ຂອງເຄື່ອງກວດຈັບ (Detectors) 700 ຫນ່ວຍ ເພື່ອຊອກຫາສັນຍານເຕືອນ ຂອງແຜ່ນດິນໄຫວ ທີ່ໃກ້ຈະເກີດຂຶ້ນ ຫຼັງຈາກເກີດເຫດແຜ່ນດິນໄຫວຄັງໃຫຍ່ ເດືອນກຸມພາ ປີ 2011. ຜູ້ຊ່ຽວຊານກ່າວວ່າ ການປ້ອງກັນຈະມີປະສິດທິພາບຫຼາຍກວ່າການຟື້ນຟູ ຫຼັງຈາກເກີດເຫດ.
-
ຄວາມປອດພັຍໃນທາງຖນົນຂອງອອສເຕຣເລັຍ
26/02/2026 Duração: 10minຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ. ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ ເພາະປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບປວດ ໃນເສັ້ນທາງທຸກໆມື້.
-
Your guide to using sunscreen in Australia - ຄໍາແນະນໍາ ໃນການໃຊ້ຢາທາກັນແດດ ໃນອອສເຕຣເລັຍ.
26/02/2026 Duração: 12minAustralia’s sun can be harsh. And sunscreen is one key measure protecting us against harmful sun exposure. We asked three scientists about sunscreen facts, myths and choosing the right products. - ແສງແດດຂອງອອສເຕຣເລັຍ ອາດຮຸນແຮງຫລາຍ. ແລະຢາທາກັນແດດ ເປັນມາດຕະການສໍາຄັນຢ່າງຫນຶ່ງ ທີ່ປົກປ້ອງເຮົາ ຈາກແສງແດດທີ່ເປັນອັນຕະຣາຍ. ພວກເຮົາ ໄດ້ຖາມນັກວິທະຍາສາດສາມຄົນ ກ່ຽວກັບຄວາມຈິງ ຂອງຢາທາກັນແດດ, ເລື້ອງເລົ່າຕ່າງໆ ແລະການເລືອກຜລິດພັນທີ່ເໝາະສົມ.
-
ການປ້ອງກັນການຈົມນ້ຳຕາຍ
26/02/2026 Duração: 11minການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ. ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ລະຫວ່າງ ຜູ້ຊ່ຽວຊານ ຂອງອອສເຕຣເລັຍ ແລະອິນເດັຍ ໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.
-
ການຂ້າລ້າງເຜົ່າພັນໃນ Sudan
26/02/2026 Duração: 09minພາລະກິດຄົ້ນຫາຄວາມຈິງ (Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide). ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.
-
ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ Weekly Wrap 21 Feb 2026
20/02/2026 Duração: 09min· ລັດຖະບານກາງຢືນຢັນວ່າ ຈະບໍ່ໃຫ້ການສະຫນັບສະຫນູນ ຄູ່ຜົວເມັຍແລະລູກໆ ຂອງນັກຮົບກຸ່ມ IS ໃຫ້ກັບບ້ານ. · ນັກຫລິ້ນສະກີແປດຄົນ ເສັຍຊີວິດ ຫລັງຈາກຫິມະຖລົ່ມ (Avalanche) ໃນ California. ແລະຂ່າວກິລາ · ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ.
-
ວັນຄົບຮອບ 60 ປີຂອງສະກຸນເງິນໂດລາ.
20/02/2026 Duração: 07minໃນວັນທີ 14 ກຸມພາ ປີ 1966, ຊາວອອສເຕຣເລັຍ ໄດ້ປະຖິ້ມ Pound, Shilling ແລະ Pence ມາໃຊ້ Dollar ແລະ Cent-ຊຶ່ງເປັນການປ່ຽນແປງທີ່ໃຫຍ່ທີ່ສຸດໃນປວັດສາດຂອງປະເທດ. ການເຄື່ອນໄຫວນີ້ ເຮັດໃຫ້ພວກເຮົາສອດຄ່ອງກັບໂລກເທົ່ານັ້ນ, ແຕ່ຍັງຊ່ອຍເຮັດໃຫ້ການຄ້າ ແລະທຸຣະກັມ (Transactions) ປະຈໍາວັນງ່າຍຂຶ້ນ.
-
ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria.
20/02/2026 Duração: 07minຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.
-
ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ.
20/02/2026 Duração: 06minນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາດ.
-
ຜົນກະທົບຢ່າງຕໍ່ເນື່ອງຈາກ Epstein Files.
20/02/2026 Duração: 08minຫຼັງຈາກການເປີດເຜີຍຂອງ Epstein Files, ມັນໄດ້ສ້າງຄວາມສັ່ນສະເທືອນຢ່າງກວ້າງຂວາງ ບໍ່ພຽງແຕ່ໃນອາເມຣິກາເທົ່ານັ້ນ. ມັນຍັງສ້າງຄວາມສັ່ນສະເທືອນເຖິງປະເທດອັງກິດ -ໍວ່າຈະເປັນທາງການເມືອງ ຫຼືຣາຊວັງ Buckingham Palace. ໃນຂນະດຽວກັນ Ghislaine Maxwell ປະຕິເສດທີ່ຈະຕອບຄຳຖາມຕໍ່ the Congressional Oversight Committee ໂດຍຫວັງວ່າການຕອບຄຳຖາມຂອງນາງ ຈະເປັນກາຍແລກປ່ຽນກັບການໄດ້ຮັບອະພັຍໂທດ.
-
ການສນັບສນູນຜູ້ເປັນໂຣກມະເຮັງ.
11/02/2026 Duração: 10minຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ. ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.
-
ການເລືອກຕັ້ງກາງວາຣະ ໃນ ອາເມຣິກາ.
11/02/2026 Duração: 14minໂດຍທີ່ມີການເລືອກຕັ້ງກາງວາຣະ (Midterm Elections) ທີ່ຈະມີຂຶ້ນໃນປາຍປີນີ້ ໃນສະຫະຣັດອາເມຣິກາ, ພັກ Republican ແລະພັກ Democrat ໃນບາງຣັດ ກໍພະຍາຍາມຫາທາງໄດ້ປຽບ. ແຕ່ມີການເຄື່ອນໄຫວ ໃນການອອກກົດຫມາຍ ທີ່ສາມາດໃຫ້ພັກໄດ້ປຽບຄືກັນ, ຊຶ່ງເປັນກົດຫມາຍທີ່ Democrats ກ່າວວ່າ ຖືກອອກແບບເພື່ອກີດກັນ ຜູ້ອອກສຽງເລືອກຕັ້ງຂອງກຸ່ມນ້ອຍ.
-
ການຊຸມນຸມປະທ້ວງ ICE ໃນ ອາເມຣິກາ.
11/02/2026 Duração: 08minຜູ້ນໍາຊາວພື້ນເມືອງ ແລະສະມາຊິກໃນຊຸມຊົນໃນເມືອງ Minneapolis ໄດ້ຈັດພິທີລະນຶກ ເພື່ອເປັນກຽດແກ່ສອງຄົນ ທີ່ຖືກຍິງຕາຍ ໂດຍເຈົ້າຫນ້າທີ່ ICE. ໃນຂນະດຽວກັນກໍມີການໂຕ້ແຍ້ງທາງການເມືອງຢ່າງຮຸນແຮງກ່ຽວກັບ ງົບປະມານຂອງ ICE ແລະ ທັງສອງພັກກໍຕິຕຽນຝ່າຍກົງກັນຂ້າມ ໃນຂນະທີ່ການປາບປາມຍັງຄົງດຳເນີນຕໍ່ໄປ.... ແລະການເຈຣະຈາເລືອງເງິນຊ່ອຍເຫຼືອກໍຍັງອີກບໍ່ເທົ່າໃດມື້ທີ່ຈະບັນລຸ.
-
ການບັງຄັບແຕ່ງງານໃນ ອອສເຕຣເລັຍ.
11/02/2026 Duração: 06minການທີ່ຖືກບັງຄັບໃຫ້ແຕ່ງງານ ຈະສ້າງຄວາມເສັຍຫາຍຫຼາຍດ້ານຕໍ່ຊີວິດຜູ້ຄົນ. ຕອນນີ້, ຕຳຫຼວດຣັດຖະບານກາງກຳລັງ ເຮັດວຽກຮ່ວມກັບອົງກອນ ແລະໂຮງຮຽນໃນການປ້ັອງກັນບໍ່ໃຫ້ເຫດການເຊັ່ນນັ້ນເກີດຂຶ້ນອີກ ເຖິງແມ່ນວ່າ ຄວາມຜິດກ່ຽວກັບການບັງຄັບແຕ່ງງານເປັນທີ່ຮູ້ຈັກກັນດີວ່າເປັນເລື່ອງຍາກທີ່ຈະດຳເນີນຄະດີ.
-
ວ່າດ້ວຍໂຣກມະເລັງເລືອດ (Blood cancer) ໃນເດັກ.
05/02/2026 Duração: 09minມູນນິທິ ມະເຮັງເລືອດຂາວ (The Leukemia Foundation) ເຕືອນວ່າ ເດັກນ້ອຍຫຼາຍກວ່າ 400ຄົນຕໍ່ປີ ອາດປະເຊີນກັບ ການກວດມະເຮັງເລືອດ (Blood cancer) ພາຍໃນສິບປີຂ້າງໜ້າ. ມູນນິທິ ກໍາລັງພະຍາຍາມຫາເງິນຈໍານວນ 12 ລ້ານໂດລາ ສໍາລັບການຄົ້ນຄວ້າ ແລະບໍຣິການຊ່ອຍເຫລືອ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຣກມະເລັງເລືອດ (Blood cancer) ຜ່ານໂຄງການ World's Greatest Shave, ດ້ວຍການຊຸກຍູ້ຜູ້ຄົນໃຫ້ແຖ, ຕັດ ຫລືຍ້ອມສີຜົມ ຂອງເຂົາເຈົ້າ ສໍາລັບ the World’s Greatest Shave.
-
Public transport in Australia: breaking down the basics - ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ: ວິທີທໍາງານ ແລະສິ່ງທີ່ຄວນປະຕິບັດ.
05/02/2026 Duração: 12minLike in most countries, public transport in Australia is the cheapest way to get around. It includes trams, buses, trains and ferry services. And each state or territory has its own transport network. However, navigating Australia’s public transport system with ease requires knowing the basics around how it works and what to expect. - ເຊັ່ນດຽວກັບຫຼາຍປະເທດ, ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ ເປັນວິທີທີ່ຖືກທີ່ສຸດ ໃນການເດີນທາງ. ມັນຮວມເຖິງ ການບໍຣິການທາງຣົດຮາງ, ຣົດເມ, ຣົດໄຟ ແລະເຮືອ. ແລະແຕ່ລະຣັດ ຫລືເຂດປົກຄອງ ກໍມີເຄືອຂ່າຍການຂົນສົ່ງຂອງຕົນເອງ. ເຖິງຢ່າງໃດກໍຕາມ, ໃນການຈະໃຊ້ລະບົບຂົນສົ່ງສາທາຣະນະ ຂອງອອສເຕຣເລັຍຢ່າງງ່າຍດາຍ ຈຳເປັນຮູ້ຂໍ້ມູນພື້ນຖານ ກ່ຽວກັບວິທີທີ່ມັນທໍາງານ ແລະສິ່ງທີ່ຄວນປະຕິບັດ.
-
ໄວຣັສ Nipah ແມ່ນຫຍັງ?
05/02/2026 Duração: 09minໄວຣັສ Nipah ແມ່ນເຊື້ອໄວຣັສທີ່ຫາຍາກ ຊຶ່ງແພ່ຂຍາຍ ຈາກສັດທີ່ຕິດເຊື້ອ, ຊຶ່ງສ່ວນໃຫຍ່ແມ່ນເຈັຍຫມາກໄມ້, ໄປສູ່ມະນຸດ, ແລະສາມາດເຮັດໃຫ້ເປັນໄຂ້ ແລະສມອງອັກເສບ. ອົງການອະນາໄມໂລກ (WHO) ກ່າວວ່າ ອັດຕາການຕາຍ ລະຫວ່າງ 40ເຖິງ 75 ເປີເຊັນ. ໃນຕອນນີ້ ບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບອະນຸຍາດ ໃຫ້ໃຊ້ສໍາລັບ Nipah, ແຕ່ມີວັກຊີນທົດລອງຈໍານວນຫນຶ່ງ ທີ່ຖືກພັດທະນາໂດຍ ນັກວິທະຍາສາດຂອງ Oxford University ທີ່ມີສ່ວນຮ່ວມ ໃນການພັດທະນາວັກຊີນ COVID-19.