Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 62:54:19
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ວິທີໃໝ່ໃນການລະບຸມະເຮັງຜິວຫນັງ

    18/09/2024 Duração: 06min

    ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.

  • Good reasons to observe the pedestrian road rules - ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ

    18/09/2024 Duração: 10min

    Every day, pedestrians across Australia break the law without knowing it. This can result penalties and occasionally accidents. Stay safe and avoid an unexpected fine by familiarising yourself with some of Australia’s common pedestrian laws. - ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການລົງໂທດ ທີ່ຄາດບໍ່ເຖິງ, ແລະເປັນຫຍັງ ມັນຈຶ່ງສໍາຄັນ ທີ່ຈະທຳຄວາມຄຸ້ນເຄີຍ ກັບກົດຫມາຍທົ່ວໄປ ຂອງຄົນຍ່າງຖນົນ ຂອງອອສເຕຣເລັຍ.

  • ການລອບສັງຫານ Trump ເທື່ອທີສອງ.

    18/09/2024 Duração: 08min

    ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.

  • ວັນສັນຊາດ ອອສເຕຣເລັຍ.

    18/09/2024 Duração: 06min

    ເຖິງແມ່ນວ່າກົດໝາຍກ່ຽວກັບ ສັນຊາດ ແລະພົນລະເມືອງຂອງ ອອສເຕຣເລັຍ ໄດ້ຖືກປະກາດໃຊ້ ຕັ້ງແຕ່ປີ 1949, ແຕ່ການປ່ຽນແປງ ໄດ້ເປັນໄປຢ່າງຊ້າຫຼາຍ ເພາະແມ່ນໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ໃນແຕ່ລະປີມີ ພົນລະເມືອງ ອອສເຕຣເລັຍ ໃໝ່ລາຍພັນຫຼາຍໝື່ນຄົນ, ແຕ່ກໍຍັງມີອີກຫຼາຍທີ່ລໍຖ້າການໄດ້ຮັບສັນຊາດຢູ່.

  • ມາດຕະການປ້ອງກັນການຫຼິ້ນພະນັນ

    10/09/2024 Duração: 08min

    ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.

  • ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ

    10/09/2024 Duração: 05min

    ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.

  • What are the unwritten rules in the Australian workplace? - ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ?

    10/09/2024 Duração: 11min

    In Australia, workplace codes of conduct differ from company to company, but some standard unwritten rules are generally followed in most businesses and industries. There are also a few unspoken rules in the Australian workplace that can evolve into a set of social norms. Here is how to navigate and familiarise yourself with these unwritten rules when starting a new job. - ໃນອອສເຕຣເລັຍ ກົດລະບຽບການປະພຶດ (ຈັນຍາບັນ) ຢູ່ບ່ອນເຮັດວຽກແຕກຕ່າງກັນ ໃນແຕ່ລະບໍຣິສັດ. ແຕ່ໂດຍທົ່ວໄປແລ້ວ ຈະມີການປະຕິບັດຕາມກົດລະບຽບທີ່ບໍ່ໄດ້ຂຽນໄວ້ທົ່ວໄປ ໃນທຸຣະກິດ ແລະອຸດສາຫະກັມສ່ວນຫຼາຍ. ແຕ່ຍັງມີກົດທີ່ບໍ່ໄດ້ກ່າວອອກ ຫຼືເວົ້າເຖິງ (Unspoken Rules) ໃນບ່ອນທໍາງານຂອງອອສເຕຣເລັຍ ທີ່ສາມາດກາຍເປັນມາດຕະຖານ ທາງສັງຄົມໄດ້. ນີ້ຄືວິທີ ທີ່ຈະຊ່ອຍ ໃຫ້ທຳຄຸ້ນເຄີຍ ກັບກົດທີ່ບໍ່ໄດ້ຂຽນໄວ້ເຫລົ່ານີ້ ເມື່ອເລີ່ມຕົ້ນເຮັດວຽກໃຫມ່

  • ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ

    10/09/2024 Duração: 11min

    ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ. ການລ່ວງລະເມີດມາໃນຫຼາຍຮູບແບບ. ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).

  • ການຖືກເລືອກປະຕິບັດຕອນເປັນໂຣກມະເຮັງ

    04/09/2024 Duração: 09min

    ມູນນິທິມະເລັງເລືອດຂາວ (The Leukaemia Foundation) ໄດ້ເຜີຍແພ່ຜົນການສໍາຫລວດ ທີ່ພົບວ່າ ເຈັດໃນ 10 ຄົນ ຂອງອອສເຕຣເລັຍ ເປັນຫ່ວງວ່າ ປັດຈັຍຕ່າງໆເຊັ່ນ ບ່ອນທີ່ເຂົາເຈົ້າອາສັຍຢູ່, ອາຍຸ, ເພດ, ແນວໂນ້ມທາງເພດ, ລາຍໄດ້, ຫລືແມ່ນແຕ່ ພາສາທີ່ເວົ້າຢູ່ໃນບ້ານ ກໍສາມາດສົ່ງຜົນ ຕໍ່ການປິ່ນປົວທີ່ເຂົາເຈົ້າໄດ້ຮັບ ຖ້າຫາກຖືກພົບເຫັນວ່າ ເປັນໂຣກມະເລັງ.

  • ຢາປິ່ນປົວໂຣກສມອງເສື່ອມ.

    04/09/2024 Duração: 09min

    ອອສເຕຣເລັຍກຳລັງພິຈາຣະນາ ຢາປິ່ນປົວໂຣກສມອງເສື່ອມ ທີ່ຖືກຄົ້ນພົບໃໝ່ ແລະໄດ້ຖືກນຳໃຊ້ແລ້ວໃນຫຼາຍປະເທດ. ຯຕ່ລາຄາຂອງຢານີ້ແພງຫຼາຍ, ແຕ່ນັກວິຊາການກ່າວວ່າ ມັນກໍມີສາເຫດທີ່ລາຄາແພງ.

  • ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN

    04/09/2024 Duração: 06min

    ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy). ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ. ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.

  • How to protect your home from Australia’s common pests - ປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງຕ່າງໆ ໃນອອສເຕຣເລັຍ.

    04/09/2024 Duração: 11min

    Cold weather does not mean a pest-free home. Some pests, like termites, remain active all-year round and winter is peak season for mice and rats preferring your house instead of outdoors. Bed bugs and cockroaches are also on the list of invaders to look out for. Infestations have wide-ranging consequences, including hygiene risks and even home devaluation. Learn how to prevent, identify, and deal with them. - ອາກາດຫນາວ ບໍ່ໄດ້ຫມາຍຄວາມວ່າ ບ້ານເຮືອນຂອງທ່ານ ຈະປາດສະຈາກສັດແລະແມງໄມ້. ສັດແລະແມງໄມ້ ບາງຊະນິດ ເຊັ່ນປວກ ຍັງເຄື່ອນໄຫວຢູ່ຕລອດປີ ແລະລະດູຫນາວ ເປັນຊ່ວງທີ່ໜູ ມັກເຮືອນຂອງທ່ານ ແທນການຢູ່ນອກເຮືອນ. ເຮືອດ ແລະແມງສາບ ກໍຢູ່ໃນລາຍຊື່ ຂອງຜູ້ບຸກລຸກ ທີ່ຕ້ອງລະວັງເຊັ່ນກັນ. ການລະບາດ ມີຜົນກະທົບທີ່ກວ້າງ ລວມທັງຄວາມສ່ຽງດ້ານສຸຂະອະນາມັຍ ແລະແມ່ນແຕ່ການຫລຸດຄຸນຄ່າເຮືອນ. ຮຽນຮູ້ວິທີລະບຸ, ປ້ອງກັນ ແລະ ຮັບມືກັບສິ່ງເຫຼົ່ານີ້.

  • ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ.

    27/08/2024 Duração: 06min

    ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.

  • Embracing the wisdom of traditional Indigenous medicine - ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ

    27/08/2024 Duração: 12min

    Understanding and respecting Indigenous knowledge of medicine may be the key to providing more holistic and culturally sensitive care in today's healthcare setting. - ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.

  • ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ.

    27/08/2024 Duração: 07min

    ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.

  • ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO.

    27/08/2024 Duração: 08min

    ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.

  • ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ.

    20/08/2024 Duração: 10min

    ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.

  • Is your child being bullied at school or online? Key steps you need to take - ລູກຫຼານຂອງທ່ານ ຖືກກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫລືຢູ່ໃນອິນເຕີເນັດບໍ່? ຂັ້ນຕອນສໍາຄັນ ທີ່ທ່ານຕ້ອງເຮັດ.

    20/08/2024 Duração: 12min

    Experts say that dealing with bullying behaviours is never easy but always necessary, as the harm caused can impact children for years. To provide up-to-date advice on supporting a child experiencing bullying at school or online, we consult specialists in education, psychology, and cyberbullying response. - ຜູ້ຊ່ຽວຊານກ່າວວ່າ ການຮັບມືກັບພຶດຕິກັມ ການກັ່ນແກ້ງ(Bullying) ບໍ່ໄດ້ເປັນເລື່ອງງ່າຍ ແຕ່ຈໍາເປັນສເມີ, ເພາະຄວາມເສັຍຫາຍທີ່ເກີດຂຶ້ນ ສາມາດສົ່ງຜົນກະທົບ ຕໍ່ເດັກນ້ອຍ ເປັນເວລາຫລາຍປີ. ເພື່ອໃຫ້ຄໍາແນະນໍາຫຼ້າສຸດ ກ່ຽວກັບການສນັບສນູນເດັກນ້ອຍ ທີ່ປະສົບກັບການກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫຼືທາງອິນເຕີເນັດ, ພວກເຮົາປຶກສາກັບຜູ້ຊ່ຽວຊານ ດ້ານການສຶກສາ, ຈິດຕະວິທຍາ ແລະການຮັບມືກັບການກັ່ນແກ້ງ (Bullying) ທາງອິນເຕີເນັດ.

  • ການບັງຄັບແຕ່ງງານ ແມ່ນຄະດີອາຍາ.

    20/08/2024 Duração: 07min

    ການບັງຄັບແຕ່ງງານ ແມ່ນເລື້ອງຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.

  • ຄວາມສ່ຽງຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma

    20/08/2024 Duração: 05min

    ແຕ່ເຖິງແມ່ນວ່າ Melanoma ຕາມປົກກະຕິແລ້ວ ເປັນໂຣກມະເຮັງຜິວຫນັງທີ່ຮ້າຍແຮງທີ່ສຸດ ໃນອອສເຕຣເລັຍກໍຕາມ ແຕ່ກໍຍັງມີໂຣກມະເຮັງຜິວຫນັງ ປະເພດຫນຶ່ງທີ່ບໍ່ແມ່ນ Melanoma ທີ່ເຮັດໃຫ້ເກີດຄວາມເປັນຫ່ວງ ຊຶ່ງເຮັດໃຫ້ມີການຕາຍ ສູງຂຶ້ນສອງເທົ່າ ໃນໄລຍະ 20 ປີຜ່ານມາ.

página 1 de 26